Quantcast
Channel: Work Live Laos » Utilities
Viewing all articles
Browse latest Browse all 4

Is Electricity Expensive in Laos?

$
0
0

Lao Meters

ຄ່າໄຟຢູ່ເມືອງລາວແພງຢູ່ບໍ? Is electricity cheap or expensive in Laos? ກະລຸນາກົດທີ່ນີ້ເພື່ອອ່ານເປັນ ພາສາລາວ.  This article compares the prices of electricity in Laos to other countries in the region and the world.

 

With 10 large hydro power projects already operational in Laos and still more under construction, it’s no wonder the country proudly refers to itself as the ‘Battery of Asia’. Many of these hydro power projects export power directly to neighboring countries and yet in Laos itself only 76% of all households have access to electricity. It is hoped that by 2020 the entire nation will be connected.

Electricity tarrifs have recently increased in Vientiane and this has certainly hit everyone’s pockets hard, but should we really be complaining? Just how much are residents of Laos paying versus people in other countries? Work Live Laos did some investigating and came up with a comparison; it seems that electricity is still remarkably cheap in Laos even when compared to our neighbors. So next time you get hit with a big bill, count yourself lucky that you’re living in Laos and not Cambodia, let alone Sweden or the Netherlands where you would be paying up to 7 times as much!  See the table below for a comparison:

Lao vs World Electricity Prices

 

Ok, so electricity tariffs are relatively cheap in Laos. But did you ever receive a power bill that was still extremely high? Were you left scratching your head as to how it could have happened? The bottom line of your electricity bill depends very much on how you use your appliances and how often. To get an idea of what your appliances might be costing you (in Laos), see the below table:

 

Appliance Costs in Laos

Air-conditioners and clothes dryers are the appliances that consume the most electricity. Limit your use of these by only cooling the rooms you are using. Dry your clothes outside on sunny days instead of using the dryer. Remember to turn lights off and switch your computer to ‘hibernate’ mode when not using it. You’ll also make quite a saving if you replace all the light bulbs in your house with compact fluorescent bulbs. But the rest of the time, relax and be happy that you’re paying a lot less than everyone else in the world!

Find this interesting?  You might also find like this: Is Laos Expensive?

 

 

ຄ່າໄຟຢູ່ເມືອງລາວແພງຢູ່ບໍ?

ອີງຕາມບັນດາຈຳນວນເຂື່ອນໄຟຟ້າໃຫຍ່ໆທັງ 10 ແຫ່ງໃນປະເທດລາວ ແລະ ລວມໄປເຖິງອີກຫຼາຍໆແຫ່ງທີ່ກຳລັງກໍ່ສ້າງຢູ່ ກໍ່ຈະບໍ່ເປັນທີ່ໜ້າແປກໃຈວ່າເມືອງລາວຈະຖືກກ່າວເຖິງວ່າເປັນ “ແບດເຕີລີ້ຂອງອາຊີ”. ໃນບັນດາເຂື່ອນທັງຫຼາຍນີ້ ສ່ວນໃຫຍ່ແມ່ນສົ່ງອອກໄຟຟ້າໄປຫາປະເທດເພື່ອນບ້ານໂດຍກົງ ແຕ່ສຳລັບໃນເມືອງລາວເຮົາເອງ ບ້ານເຮືອນທີ່ມີໄຟຟ້າເຂົ້າເຖິງແມ່ນຊ້ຳພັດມີແຕ່ 76% ເທົ່ານັ້ນ. ເຖິງຢ່າງໃດກໍ່ດີ ເພິ່ນກໍ່ໄດ້ຕັ້ງເປົ້າໄວ້ວ່າພາຍໃນປີ 2020 ນີ້ ຈະໃຫ້ມີໄຟຟ້າເຂົ້າເຖິງທຸກໆບ້ານເຮືອນໃນປະເທດລາວ.

ໃນຫວ່າງບໍ່ດົນມານີ້ ຄ່າໄຟຢູ່ໃນຕົວເມືອງວຽງຈັນໄດ້ມີການຂຶ້ນລາຄາ ເຊິ່ງຄົງຈະເຮັດໃຫ້ຫຼາຍໆຄົນເຈັບຫົວ ແລະ ກະເປົາແຫ້ງໄປຫຼາຍເຕີບ, ແຕ່ເຮົາລອງມາຄິດຄືນເບິ່ງວ່າ ເຮົາຄວນຈະຈົ່ມກັນດີ ຫຼື ບໍ່? ແລ້ວຄ່າໄຟບ້ານເຮົາກັບຄ່າໄຟຢູ່ປະເທດອື່ນນັ້ນແຕກຕ່າງກັນຫຼາຍຊ່ຳໃດ? ທາງທີມງານ WorkLiveLaos ໄດ້ທຳການສຳຫຼວດ ແລະ ປຽບທຽບຄ່າໄຟໃນບັນດາປະເທດຕ່າງໆ, ແລະ ຫຼັງຈາກປະເມີນຄ່າປຽບທຽບແລ້ວ ກໍ່ເຫັນໄດ້ວ່າຄ່າໄຟຢູ່ປະເທດລາວແມ່ນຖືວ່າຍັງຖືກຫຼາຍເມື່ອປຽບທຽບໃສ່ບັນດາປະເທດເພື່ອນບ້ານໃກ້ຄຽງ. ຖ້າຫາກວ່າຕໍ່ໄປໃນອະນາຄົດຄ່າໄຟບ້ານເຮົາຍັງຂຶ້ນອີກ ກໍ່ໃຫ້ຄິດສາວ່າເຮົາຍັງໂຊກດີທີ່ຢູ່ລາວ ແລະບໍ່ໄດ້ຢູ່ກຳປູເຈຍ, ແລະ ກໍ່ແຮ່ງໂຊກດີຂຶ້ນໄປຕື່ມທີ່ບໍ່ໄດ້ໄປຢູ່ ສະວີເດັນ ຫຼື ໂຮນລັງ ເພາະຢູ່ພຸ້ນແມ່ນຕ້ອງຈ່າຍແພງຕັ້ງວ່າ 7 ທົບຂອງຄ່າໄຟບ້ານເຮົາ! ຕາຕະລາງລຸ່ມນີ້ແມ່ນສະແດງໃຫ້ເຫັນເຖິງການປຽບທຽບຄ່າໄຟໃນປະເທດຕ່າງໆ:

Electricity Prices Laos

ອີງຕາມຕາຕະລາງຂ້າງເທິງແລ້ວ ເຮົາກໍ່ໄດ້ເຫັນແຈ້ງວ່າຄ່າໄຟຢູ່ເມືອງລາວເຮົາຖືວ່າຍັງຖືກຫຼາຍເມື່ອປຽບທຽບກັບຊາດອື່ນໆໃນໂລກ, ແຕ່ທ່ານເຄີຍບໍ່ທີ່ໄດ້ຮັບບິນແລ້ວຕົກໃຈວ່າ “ເປັນຫຍັງບິນຄ່າໄຟຂອງຂ້ອຍຄືມາແພງແທ້? ເປັນໄປໄດ້ແນວໃດຫວ໋ະ!”. ເລື່ອງຂອງເລື່ອງກໍ່ແມ່ນວ່າ ບິນຄ່າໄຟຂອງທ່ານນັ້ນ ຫຼັກໆແມ່ນຂຶ້ນຢູ່ກັບວ່າທ່ານໃຊ້ເຄື່ອງໃຊ້ໄຟຟ້າປະເພດໃດ, ໃຊ້ເລື້ອຍ ແລະ ໃຊ້ຫຼາຍໜ້ອຍຊ່ຳໃດ. ພວກເຮົາມີຕາຕະລາງລາຍລະອຽດເພື່ອໃຫ້ທ່ານໄດ້ພໍຮູ້ວ່າເຄື່ອງໃຊ້ໄຟຟ້າແຕ່ລະຢ່າງພາຍໃນບ້ານຂອງທ່ານນັ້ນແມ່ນກິນໄຟຫຼາຍໜ້ອຍຊ່ຳໃດ:

Appliances Costs in Laos

ອີງຕາມຂໍ້ມູນຂ້າງເທິງນັ້ນກໍ່ເຫັນໄດ້ວ່າ ແອ ແລະ ຈັກອົບເຄື່ອງ ແມ່ນກິນໄຟຫຼາຍທີ່ສຸດ. ທ່ານສາມາດຫຼຸດຜ່ອນຄ່າໄຟໄດ້ໂດຍການເປີດແອຢູ່ແຕ່ພາຍໃນຫ້ອງທີ່ທ່ານກຳລັງໃຊ້ຢູ່ເທົ່ານັ້ນ. ສ່ວນເຄື່ອງນຸ່ງຫົ່ມກໍ່ໃຫ້ຕາກຢູ່ນອກຕອນມີແດດແທນທີ່ຈະໃຊ້ຈັກອົບເຄື່ອງ. ຢ່າລືມມອດໄຟ ແລະ ປ່ຽນໂໝດຄອມພິວເຕີ້ໃຫ້ເປັນໂໝດ “Hibernate” ( ຮາຍເບີເນດ) ໃນເວລາທີ່ທ່ານບໍ່ໄດ້ໃຊ້ຄອມ. ນອກນັ້ນ ທ່ານກໍ່ຈະສາມາດປະຢັດໄຟໄດ້ຫຼາຍຂຶ້ນເມື່ອທ່ານປ່ຽນມາໃຊ້ຫຼອດໄຟ CFL (compact fluorescent bulbs) ແບບປະຢັດ. ແຕ່ເຖິງຢ່າງໃດກໍ່ດີ ໂດຍລວມແລ້ວກໍ່ຢາກໃຫ້ທ່ານສະບາຍໃຈສາ ເພາະຖືວ່າທ່ານໂຊກດີແລ້ວທີ່ອາໃສຢູ່ໃນເມືອງລາວເຊິ່ງເປັນບ່ອນທີ່ຄ່າໄຟຖືກຫຼາຍໆ ແລະ ທ່ານເອງກໍ່ຖືວ່າໄດ້ຈ່າຍຄ່າໄຟໜ້ອຍກວ່າຄົນປະເທດອື່ນໆໃນໂລກນີ້ຫຼາຍ.

Find this interesting?  You might also find like this: Is Laos Expensive?

Translation: Silvia Luanglath

The post Is Electricity Expensive in Laos? appeared first on Work Live Laos.


Viewing all articles
Browse latest Browse all 4

Latest Images





Latest Images